ວິທີສ້າງເວບໄຊ ດ້ວຍ WordPress ໃນເຄື່ອງຄອມພິວເຕີຂອງຕົນເອງ
(ບໍ່ມີຄ່າໃຊ້ຈ່າຍ)

ຂໍ້ດີຫຼັກໆຂອງ
WordPress ໂດຍສະເພາະສຳລັບຜູ້ເລີ່ມຕົ້ນສ້າງເວບໄຊ
ກໍ່ຄືໃຊ້ງ່າຍ ບໍ່ໍຈໍາເປັນຕ້ອງຮູ້ເລື່ອງການຂຽນໂຄ໋ດ HTML ຫຼື CSS ມາກ່ອນກໍ່ໄດ້
ແຕ່ເຮົາສາມາດສ້າງເວບໄຊພ້ອມໃຊ້ງານໄດ້ຢ່າງວ່ອງໄວ.
ສຳລັບຜູ້ເລີ່ມຕົ້ນໃຫມ່ໃນການສ້າງເວບໄຊ
ຢາກລອງສ້າງ ແລະ ຮຽນຮູ້ໄປກ່ອນວ່າມັນສິຕອບໂຈດເຮົາບໍ່
ແມ່ນຢາກໃຫ້ລອງໃຊ້ໂປຣແກຣມນີ້ກ່ອນແບບຟຣີໆ ບໍ່ເສຍຄ່າໃຊ້ຈ່າຍໃດ.
ຫຼັງຈາກປະຕິບັດຕາມບົດຄວາມນີ້ແລ້ວ ທ່ານຈະມີເວບໄຊ ຕິດຕັ້ງຢູ່ໃນຄອມພິວເຕີຂອງທ່ານເອງ
ແລະ ທ່ານສາມາດທົດລອງສ້າງເມນູ, ຂຽນບົດຄວາມ ຫຼື ເຮັດຫຍັງກໍ່ໄດ້ຄືເວບໄຊແທ້ທຸກຢ່າງ
ພຽງແຕ່ເວບໄຊນີ້ຈະສາມາດເຂົ້າໄດ້ພຽງຄອມພິວເຕີຂອງທ່ານເທົ່ານັ້ນ
ແຕ່ຫຼັງຈາກທຸກຢ່າງແລ້ວໆ ແລະ
ທ່ານເຂົ້າໃຈດີແລ້ວຈຶ່ງປ່ອຍອອກສູ່ສາທາລະນະໃຫ້ທຸກຄົນສາມາດເຂົ້າໄດ້
ຊຶ່ງຕ້ອງໄດ້ຈົດໂດເມນ (ໂດເມນ ແມ່ນ ທີ່ຢູ່ຂອງເວບໄຊທີ່ສະແດງຢູ່ໃນອິນເຕີເນັດ ຕົວຢ່າງ: Laosland.com) ແລະ ເຊົ່າໂຮສຕິ້ງ (ໂຮສຕິ້ງ
ແມ່ນເຊີເວີສຳລັບເວບໄຊ
ຊຶ່ງເຮັດໜ້າທີ່ເກັບຂໍ້ມູນທຸກຢ່າງທີ່ທ່ານມີເອົາໄວ້ໃນອິນເຕີເນັດ ເຊັ່ນ: ຮູບພາບ,
ຂໍ້ມູນ, ຟາຍຕ່າງໆ)
ມາເລີ່ມສ້າງເວບໄຊກັນເລີຍ...
1. ຕິດຕັ້ງ XAMPP
ກ່ອນອື່ນເຮົາຕ້ອງເຮັດໃຫ້ຄອມພິວເຕີຂອງເຮົາມີການເຮັດວຽກຄືກັນກັບເວບໂຮສຕິ້ງສາກ່ອນ
ຊຶ່ງໂປຣແກຣມຟຣີທີ່ເຮັດແບບນີ້ໄດ້ກໍ່ແມ່ນ XAMPP ທ່ານສາມາດດາວໂຫຼດຈາກລິ້ງນີ້ໄດ້ເລີຍ ດາວໂຫຼດ XAMPP (ລິ້ງຈະເປີດໃນໜ້າໃໝ່)
ໃນໜ້າດາວໂຫຼດ ຖ້າທ່ານໃຊ້ Windows ໃຫ້ເລືອກ XAMPP for Windows ຖ້າທ່ານໃຊ້ Mac ກໍ່ໃຫ້ເລືອກ XAMPP for OS X (ເອົາໂຕເລກຫຼາຍສຸດ)

ສຳລັບວິທີການຕິດຕັ້ງກໍ່ຄືໂປຣແກຣມທົ່ວໆໄປເລີຍ ແຕ່ຖ້າທ່ານໃຊ້ Windows ພໍ double click ເພື່ອຕິດຕັ້ງທ່ານກໍ່ຈະເຫັນຂໍ້ຄວາມແບບນີ້.

ຂໍ້ຄວາມເຕື່ອນວ່າເຮົາບໍ່ຄວນຈະຕິດຕັ້ງໂປຣແກຣມໄວ້ທີ່ C:\Program files ຖ້າບໍ່ດັ່ງນັ້ນຟັງຊັ່ນບາງຢ່າງອາດຈະບໍ່ເຮັດວຽກ (ຊຶ່ງໂຕນີ້ບໍ່ແມ່ນບັນຫາ ເພາະປົກກະຕິຕົວ installer ຈະລົງໂປຣແກຣມທີ່ C:\xampp ຢູ່ແລ້ວ ) ໃຫ້ກົດ ok ໄປເລີຍ
ຈາກນັ້ນກົດ Next ໄປຕະຫຼອດເລີຍ ຖ້າເຫັນໜ້າທີ່ໃຫ້ປ່ຽນຄ່າ Setting ໄດ້ກໍ່ບໍ່ຕ້ອງປ່ຽນຫຍັງ.
2.
Start ໂມດູລ Apache ແລະ MySQL
ຫຼັງຈາກຕິດຕັ້ງແລ້ວ ຖ້າທ່ານກົດປຸ່ມ Finish ຈະມີ Control Panel ຂອງ XAMPP ໂຊຂື້ນມາ
ຫຼື ທ່ານສາມາດເປີດ control panel ໂຕນີ້ ໂດຍໄປທີ່ C:\xampp ແລ້ວ
double click ຟາຍຊື່ xampp-
control.exe


ເມື່ອໃດກໍ່ຕາມທີ່ທ່ານຕ້ອງການເຮັດໃຫ້ຄອມພິວເຕີຂອງທ່ານເປັນເວບໂຮສສຳຮອງ ທ່ານຕ້ອງເປີດ Control Panel ໂຕນີ້ ແລະ ກົດ Start ໂມດູລ Apache ແລ້ວ MySQL ຕາມຮູບດ້ານລຸ່ມ (ຫຼືຖ້າບໍ່ຢາກຈື່ກໍ່ເປີດທຸກອັນເລີຍ ງ່າຍດີ)

ຫຼັງຈາກກົດປຸ່ມ Start ແລ້ວ ຖ້າທ່ານເປີດ web browser ແລ້ວພິມ localhost ທ່ານຈະເຫັນໜ້າເວບຄ້າຍໆຮູບດ້ານລຸ່ມ

ແບບນີ້ສະແດງວ່າຄອມພິວເຕີຂອງທ່ານກາຍເປັນເວບໂຮສຈຳລອງແລ້ວເດີ້
localhost ຄືຄຳສັບທີ່ໝາຍເຖິງ ຄອມພິວເຕີເຄື່ຶອງນີ້ (this computer) ການພິມ localhost ບົນ web browser ກໍ່ຄືການບອກໃຫ້ web browser ເຊື່ອມຕໍ່ໄປຍັງຄອມພິວເຕີເຄື່ອງທີ່ທ່ານກຳລັງໃຊ້ຢູ່ນັ້ນເອງ
3. ດາວໂຫຼດຟາຍ WordPress
ໜ້າເວບ Welcome
to XAMPP ໃນຂັ້້ນຕອນທີ່ແລ້ວ ເປັນໜ້າເວບທີ່ແຖມມາກັບ XAMPP ຊຶ່ງເຮົາບໍ່ຕ້ອງການ ໃນຂັ້ນຕອນນີ້ ເຮົາຈະລຶບຟາຍທັງໝົດອອກ
ແລ້ວຈະເອົາຟາຍ WordPress ມາໃສ່ແທນ
ປົກກະຕິ XAMPP ຈະເກັບຟາຍຂອງເວບໄຊໄວ້ທີ່ C:\xampp\htdocs (ຟາຍເວບໄຊກໍ່ຄືຟາຍນາມສະກຸນ html, php,
css, ຮູບພາບຕ່າງໆ ທີ່ໃຊ້ໃນເວບໄຊ)
ຖ້າທ່ານລອງເຂົ້າໄປທີ່ໂຟລເດີດັ່ງກ່າວ
ທ່ານຈະເຫັນວ່າມີຟາຍຢູ່ຈຳນວນໜຶ່ງແລ້ວ ນັ້ນກໍ່ຄືຟາຍຂອງໜ້າເວບ Welcome to
XAMPP ທີ່ສະແດງເວລາພິມ localhost ນັ້ນເອງ.

ທ່ານສາມາດເພີ່ມ,
ລຶບ ຫຼື ແກ້ໄຂຟາຍໃນໂຟລເດີນີ້ໄດ້ຕາມຕ້ອງການ
ເພາະສະນັ້ນກ່ອນອື່ນໃຫ້ລຶບຟາຍທັ້ງໝົດໃນໂຟລເດີນີ້ກ່ອນເລີຍ ເພາະເຮົາຈະເອົາຟາຍ WordPress ມາໃສ່ແທນ.
ຟາຍທີ່ດາວໂຫຼດມາຈະເປັນ
ZIP ຟາຍ ໃຫ້ extract
(unzip) ຟາຍນັ້ນ ພໍ extract ອອກມາແລ້ວຈະເຫັນຟາຍ ແລະ ໂຟລເດີຫຼາຍໂຕ ໃຫ້ Copy ຟາຍທັງໝົດໄປວາງໄວ້ທີ່ C:\xampp\htdocs
ພໍສຳເລັດແລ້ວຈະເປັນຄືຮູບດ້ານລຸ່ມນີ້
4.
ສ້າງ Database (ຖານຂໍ້ມູນ)
ຂໍ້ມູນຂອງເວບໄຊ WordPress ປະກອບດ້ວຍ 2 ສ່ວນຄື:
1. ຟາຍຕ່າງໆ
ທີ່ຢູ່ໃນໂຟລເດີ htdocs
·
ສ່ວນໃຫຍ່ຈະເປັນຟາຍນາມສະກຸນ php ແລະ CSS ສອງຄໍາສັບນີ້ເປັນພາສາຄອມພິວເຕີ້ ເອົາໄວ້ກຳນົດການເຮັດວຽກ
ແລະ ສະແດງຜົນຂອງເວບໄຊ
·
ເວລາທ່ານໃສ່ຮູບພາບໃນບົດຄວາມ
ຮູບດັ່ງກ່າວຈະເກັບໃນໂຟລເດີນີ້ເຊັ່ນກັນ (ຢູ່ໃນໂຟລເດີຍ່ອຍ)
2. Database ຂອງເວບໄຊ
·
ເອົາໄວ້ເກັບຂໍ້ມູນທີ່ຜູ້ໃຊ້ໃສ່ເຂົ້າມາ ຕົວຢ່າງ
ຖ້າທ່ານຂຽນບົດຄວາມ ຫຼື ແກ້ຄ່າ Setting ບາງຢ່າງຂໍ້ມູນດັ່ງກ່າວຈະເກັບໄວ້ໃນ Database
ສະຫຼຸບກໍ່ຄື ກ່ອນຈະເລີ່ມໃຊ້
WordPress
ໄດ້ເຮົາຕ້ອງໄດ້ສ້າງຖານຂໍ້ມູນ ໃຫ້ມັນກ່ອນ
ກ່ອນອື່ນໃນ XAMPP control panel ໃຫ້ເຊັກເບິ່ງກ່ອນວ່າ
Apache
ແລະ MySQLເຮັດວຽກປົກກະຕິຢູ່ບໍ່
ແບບໃນຮູບດ້ານລຸ່ມ (ຖ້າວ່າຍັງ ໃຫ້ກົດ Start)

ຈາກນັ້ນຢູ່ໂມດູລ
MySQL ໃຫ້ກົດປຸ່ມ Admin ຕາມຮູບດ້ານລຸ່ມ ( MySQL ຄືຊື່ລະບົບຈັດການ DATABASE ປະເພດໜຶ່ງ
ຈາກນັ້ນໃຫ້ປະຕິບັດຕາມຮູບດ້ານລຸ່ມເລີຍ

1. ຄິກແທັບ Database (ເພາະເຮົາຈະສ້າງ Database)
2. ລຸ່ມຄຳວ່າ Create Database ໃຫ້ພິມຊື່ Database ໃນຕົວຢ່າງໃຊ້ຊື່ວ່າ wordpress
3. ຈາກນັ້ນກົດປຸ່ມ Create ກໍ່ເປັນອັນວ່າຮຽບຮ້ອຍ
5.
ເຊັດອັບ WordPress
ໃຫ້ພິມ localhost ໃນ web
browser
ອີກຄັ້ງ ບາດນີ້ XAMPP ຈະຫາຍໄປແລ້ວ
ແລະຈະມີໜ້າເວບສຳລັບເຊັດອັບ
WordPress ຂື້ນມາແທນ
ໂດຍໜ້າທຳອິດຈະໃຫ້ເລືອກພາສາຕາມຮູບດ້ານລຸ່ມ ໃຫ້ເລືອກ English
ໄປກ່ອນ ( ປ່ຽນເປັນພາສາລາວໄດ້ພາຍຫຼັງ)
ໜ້າຕໍ່ໄປບໍ່ມີຫຍັງ
ມັນພຽງແຕ່ບອກວ່າໃຫ້ເຮົາກຽມຂໍ້ມູນ Setting ຂອງ Database ໃຫ້ຮຽບຮ້ອຍ ກົດປຸ່ມ Let’s go ເລີຍ


ໜ້າຕໍ່ມາເຮົາຕ້ອງໃສ່ settings ຂອງ database ( ເພື່ອວ່າ Wordpress ຈະໄດ້ເຊື່ອມຕໍ່ໄປໃຊ້ງານ Database ທີ່ເຮົາສ້າງໄວ້ໄດ້)
ໃຫ້ໃສ່ຂໍ້ມູນຕາມຮູບດ້ານລຸ່ມເລີຍ

ຈາກຮູບດ້ານເທິງ ຄ່າ settings ໃສ່ຕາມນີ້ເລີຍ
·
Database Name: wordpress
·
Username: root
·
Password: <ຈົ່ງວ່າງໄວ້>
·
Database Host: localhost
·
Table Prefix: wp
ທ່ານອາດຈະສົງໃສວ່າ username ທີ່ມີຄ່າເປັນ root ມັນແມ່ນຫຍັງ ອະທິບາຍງ່າຍໆດັ່ງນີ້້:
·
ປົກກະຕິຈະໃຊ້ງານ database ຂອງ MySQL ເຮົາຕ້ອງສ້າງ user ສຳລັບ database ນັ້ນໆ ຂື້ນມາກ່ອນ
·
ລະບົບ MySQL ມັນມີ user ຊື່ root ສ້າງໄວ້ອັດຕະໂນມັດແລ້ວ ແລະ ໂດຍ default ມັນບໍ່ມີການຕັ້ງ password ໄວ້ ເຮົາກໍ່ເລີຍໃຊ້ user ນີ້ໄປໄດ້ເລີຍ ບໍ່ຕ້ອງເສຍເວລາສ້າງ user ໃໝ່
·
ແຕ່ວ່າເວລາລົງ WordPress ໃນເວບໄຊໂຮສຂອງແທ້ user ຊື່ root ຈະມີການຕັ້ງ password ໄວ້ເຮັດໃຫ້ເຮົາຕ້ອງໄດ້ສ້າງ user ສຳລັບ database ນຳ (ກໍລະນີລົງແບບ manual ບໍ່ໃຊ້ wizard)
ເມື່ອໃສ່ຂໍ້ມູນ database ແລ້ວໃຫ້ກົດປຸ່ມ Submit ຫາກ Wordpress ສາມາດເຊື່ອມຕໍ່ກັບ database ໄດ້ (
ຖ້າຕັ້ງຄ່າຖືກຕ້ອງ) ມັນຈະຂື້ນຂໍ້ຄວາມວ່າ WordPress can now communicate with your
database ໃຫ້ກົດRun the installation ເລີຍ.


ມາຮອດຂັ້ນຕອນສຸດທ້າຍ ມັນຈະໃຫ້ໃສ່ຂໍ້ມູນເລັກໆນ້ອຍໆ ລວມທັງໃຫ້ເຮົາກຳນົດ username ແລະ password ເພື່ອລ໋ອກອິນເຂົ້າລະບົບຫຼັງບ້ານຂອງເວບໄຊ.


ການໃສ່ຂໍ້ມູນໂຕນີ້ບໍ່ຕ້ອງເສຍເວລາຄິດດົນ ເພາະວ່າສາມາດປ່ຽນພາຍຫຼັງໄດ້
(ຍົກເວັ້ນ Username)
ພໍໃສ່ຂໍ້ມູນແລ້ວໆກໍ່ກົດ Install wordpress ກໍ່ເປັນອັນວ່າແລ້ວຮຽບຮ້ອຍ
ຖ້າລອງພິມ localhost ເບິ່ງບາດນີ້ເຮົາກໍ່ຈະເຫັນເວບໄຊ wordpress ຂອງເຮົາແລ້ວ.
ຈົບແລ້ວເດີ້...ພຽງເທົ່ານີ້ທ່ານກໍ່ສາມາດລອງໃຊ້ງານ wordpress ໂດຍບໍ່ຕ້ອງເສຍຄ່າໂດເມນ
ແລະ ເວບໂຮສຕິ້ງແລ້ວ ເອົາໄປລອງຮຽນສ້າງໃຫ້ຊຳນານແລ້ວຄ່ອຍໄປຈົດໂດເມນ ແລະ
ເຊົ່າເວບໂຮສຕິ້ງນຳຫຼັງກໍ່ໄດ້.
ສຳລັບວິທີການໃຊ້ງານ wordpress ຫຼືວິທີການເຂົ້າຫຼັງບ້ານເພື່ອໄປຕັ້ງຄ່າຕ່າງໆ
ສາມາດຕິດຕາມບົດຄວາມຕໍ່ໄປ.