ໜາວນີ້ໄປທ່ຽວໃສ ...
ອາກາດໜາວໆແບບນີ້ຂໍແນະນຳສະຖານທີ່ທ່ອງທ່ຽວຍອດຮິດທາງພາກເໜືອ "ສາລາຄຳພູຄູນ" ເມືອງ ພູຄູນ ແຂວງ ຫຼວງພະບາງ ເຊິ່ງຫ່າງຈາກວັງວຽງພຽງ 2 ຊົ່ວໂມງ ຢູ່ທີ່ຖະໜົນເລກ 13 ເໜືອ ບ່ອນ 3 ແຍກໄປຫຼວງພະບາງ ແລະ ຊຽງຂວາງ, ເປີດໃຫ້ບໍລິການກາງເຕັ້ນນອນພັກຜ່ອນຢ່ອນໃຈ ໄຫວ້ພະພຸດທະຮູບອົງປາບມານປະທານພອນ ສອນທຳມະ ໃຫ້ທຸກຄົນທີ່ອິດເມື່ອຍຈາກການເຮັດວຽກ ແລະ ບັນຫາເສົ້າໝອງທາງໃຈ ໄດ້ນອນພັກຜ່ອນຊົມວິວທຳມະຊາດທີ່ສວຍງາມຂອງເມືອງພູຄູນ.
ນອກຈາກໄດ້ຍ່າງອອກກຳລັງກາຍຊົມວິວຈາກເທິງສັນພຸທີ່ສູງຫ່າງຈາກນ້ຳທະເລ 1640 ແມັດແລ້ວ ທ່ານຍັງຈະໄດ້ຊົມ ແລະ ຮັບປະທານສວນອາຫານປອດສານພິດ ນອກຈາກນັ້ນ ຍັງສາມາດໄປຢ້ຽມຢາມເບິ່ງຖ້ຳຕັ່ງ ແລະ ໄຫຫີນ ອີກດ້ວຍ.
ไม่มีความคิดเห็น:
แสดงความคิดเห็น