ป้ายกำกับ

ຫມົດ​ເວລາ​ເຕະ​ເອົາ​ບົດຮຽນ​ແລ້ວ​ " ທີມຊາດ​ກຳປູເຈຍ"​



  ຫມົດເວລາເຕະເອົາບົດຮຽນແລ້ວ ສຳລັບນັກເຕະຊາຍທີມຊາດກຳປູເຈຍ ລຸ້ນອາຍຸບໍ່ເກີນ​ 22​ ປີ​ ຫລື​ U22​ ທີ່ຜົນງານກຳລັງ​ມາແຮງໃນຊີເກມ​ ພັດທະນາຜົນງານຂື້ນມາທຽບເທົ່າທີມລະດັບຕົ້ນຂອງອາຊຽນ ລ້າສຸດເອົາຊະນະທີມລະດັບແຊັມຊີເກມຫລາຍສະໄຫມຢ່າງ ມາເລເຊຍ​ ໄດ້ສຳເລັດ​ 3-1 ໂດຍອອກນຳກ່ອນ 3 ປະຕູ​ ເຮັດໃຫ້​ຕອນນີ້​ ທີມຊາດ​ກຳປູເຈຍ​ມີໂອກາດເຂົ້າຮອບຮອງຊະນະເລີດສົດໃສ ເພາະຕອນນີ້ລົງແຂ່ງແລ້ວ 4ນັດ ຊະນະ​ 2 ນັດ​ ສະເຫມີ​ 1 ນັດ​ ແລະ​ ເສຍ​ 1 ນັດ​ ມີ​ 7​ ຄະແນນ​ ປະຕູ​ +6 ເປັນອັນດັບ​ 2 ຂອງກຸ່ມ A ລໍຖ້າພຽງແຕ່ຜົນການແຂ່ງຂັນຢ່າງເປັນທາງການຄູ່ລະຫວ່າງ ຟິລິບປິນ ແລະ​ ຕີມໍ​ເລສເຕ.​


ไม่มีความคิดเห็น:

แสดงความคิดเห็น