ທີມຊາດໄທ ຊຸດຊີເກມ 2019 ໄປບໍ່ເຖິງຝັນ ຈອດປ້າຍພຽງແຕ່ຮອບທຳອິດ ບານເຕະຊາຍ ຊີເກມ 2019
ການແຂ່ງຂັນບານເຕະຊາຍ ໃນວັນທີ 5 ທັນວາ 2019 ມີເຕະທັງໝົດ 3 ຄູ່ ເວລາ 15:00 ຕາມເວລາໃນລາວ.
ທີມຊາດໄທ U22 ອອກນຳຫວຽດນາມໄວຕັ້ງແຕ່ນາທີທີ່10 ຂອງເຄິ່ງເວລາທີ່1 ແຕ່ຖືກທັບດາວທອງນຳຕີສະເໝີສຸດມັນ 2-2 ເຮັດໃຫ້ທີມຊາດໄທ ມີພຽງ 10 ຄະແນນ ຕົກຮອບໄປຢ່າງໜ້າເສຍດາຍ ເພາະວ່າຜົນອີກຄູ່ ອິນໂດນີເຊຍ ຊະນະ ທີມຊາດລາວ 4-0 ກອດຄໍທີມຊາດຫວຽດນາມເຂົ້າຮອບຮອງຊະນະເລີດ.
ຕາຕະລາງຄະແນນບານເຕະຊາຍ ຊີເກມ 2019 ກຸ່ມ B
1.ຫວຽດນາມ : 13 ຄະແນນ
2.ອິນໂດນີເຊຍ : 12ຄະແນນ
3.ໄທ 10 ຄະແນນ
4.ສິງກະໂປ : 4 ຄະແນນ (+1)
5.ສປປ ລາວ : 4 ຄະແນນ (-8)
6.ບຣູໄນ : 0 ຄະແນນ
ສະຫຼຸບທີມເຂົ້າຮອບ ບານເຕະຊາຍ ຊີເກມ 2019 ກຸ່ມ B
ອັນດັບ 1 : ຫວຽດນາມ
ອັນດັບ 2 : ອິນໂດນີເຊຍ
ໂປແກມການແຂ່ງຂັນບານເຕະຊາຍຊີເກມ 2019
ແຂ່ງຂັນວັນທີ 7 ທັນວາ 2019
ຮອບຮອງຊະນະເລີດ
ມຽນມາ ພົບ ອິນໂດນີເຊຍ ເວລາ 15.00 ມ
ກຳປູເຈຍ ພົບ ຫວຽດນາມ ເວລາ 19.00 ມ
ไม่มีความคิดเห็น:
แสดงความคิดเห็น