ທະນາຄານການຄ້າຕ່າງປະເທດລາວຮ່ວມກັບທະນາຄານທະນາຊາດ ແລະ ທະນາຄານແຫ່ງປະເທດໄທທົດລອງເຊື່ອມຕໍ່ລະບົບຊຳລະເງິນຜ່ານການສະແກນ “QR Code” ຜ່ານແອັບພລີເຄເຊິນຊຶ່ງເປັນການເຊື່ອມຕໍ່ລະບົບຊໍາລະເງິນລະຫວ່າງປະເທດດ້ວຍ QR Code ຄູ່ທຳອິດໃນອາຊຽນ.
ທັງນີ້ ນັກທ່ອງທ່ຽວ ຫຼື ນັກທຸລະກິດຂອງທັງສອງປະເທດກໍຈະບໍ່ໄດ້ຖືເງິນສົດຈຳນວນຫຼາຍໃນການເດີນທາງອີກຕໍ່ໄຊ, ໂດຍຝັ່ງໄທທີ່ມາລາວກໍຈະສາມາດຊຳລະເງິນເປັນສະກຸນເງິນກີບ ແລະ ຝ່າຍລາວທີ່ໄປໄທກໍຈະຊຳລະຜ່ານການສະແກນ QR Code ເປັນເງິນບາດ (ຊຶ່ງກໍຂຶ້ນກັບ
ອັດຕາແລກປ່ຽນ).ປັດຈຸບັນ ປະຊາຊົນທັງສອງຝັ່ງລາວ ແລະ ໄທ ໄດ້ການເດີນທາງໄປມາຫາສູ່ກັນຫລາຍຂຶ້ນ.
ຄົນໄທເດີນທາງເຂົ້າມາລາວຈະສາມາດຊຳລະເງິນຜ່ານແອັບຂອງທະນາຄານໄທໄດ້ 5 ແຫ່ງຄື: ທະນາຄານທະນະຊາດ, ທະນາຄານກຸງເທບ, ທະນາຄານກະສິກອນໄທ,
ທະນາຄານໄທພານິດ ແລະ ທະນາຄານກຸງສີອະຍຸດທະຍາ. ສ່ວນຄົນລາວທີ່ເດີນທາງໄປໄທສາມາດຊຳລະເງິນຜ່ານແອັບຂອງທະນາຄານການຄ້າຕ່າງປະເທດລາວ BCEL ໄດ້.ເພື່ອໃຫ້ເກີດຄວາມສະດວກສະບາຍແກ່ຜູ້ໃຊ້ ແລະ ສາມາດໂອນເງິນ-ຮັບເງິນຂ້າມປະເທດໄດ້ໂດຍທີ່ປະຊາຊົນຈ່າຍຄ່າທຳນຽມຖືກລົງ ຫຼື ບໍ່ມີຄ່າທຳນຽມ ຊຶ່ງຈະເປັນປະໂຫຍດຕໍ່ການເຮັດທຸລະກິດ ແລະ ອື່ນໆ. ໃນອະນາຄົດອັນໃກ້ເຮົາອາດໄດ້ເດີນທາງໄປປະເທດຕ່າງໆໃນອາຊຽນແບບບໍ່ຕ້ອງແລກປ່ຽນເງິນຕາສະກຸນນັ້ນໆອີກຕໍ່ໄປ.



ไม่มีความคิดเห็น:
แสดงความคิดเห็น