ป้ายกำกับ

ເກີດຫຍັງຂຶ້ນ​ ໃນປີ​ 2019



ປີ 2019 ຖືເປັນປີທີ່ເກີດ #ໄພພິບັດທາງທຳມະຊາດ ຢ່າງຫຼວງຫຼາຍ ແລະ ຮຸນແຮງຂື້ນ ຊຶ່ງເຮົາບໍ່ສາມາດປະຕິເສດໄດ້ວ່າມັນມາຈາກ #ພາວະໂລກຮ້ອນ ທີ່ມະນຸດເຮົາເອງເປັນຄົນກໍ່ຂື້ນ ແລະ ມັນກຳລັງໜັກຂື້ນທຸກມື້ຫາກເຮົາບໍ່ລົງມືແກ້ໄຂຕັ້ງແຕ່ດຽວນີ້.


ປີນີ້ລະດັບ #ຄາບອນໄດອອກຊາຍ ໃນຊັ້ນບັນຍາກາດຖືວ່າສູງສຸດໃນຮອບຫຼາຍປີ ໂດຍຕັ້ງແຕ່ມີການປະຕິວັດອຸດສາຫະກຳ ມີລະດັບຄາບອນສູງຂື້ນເກືອບ 50% ຢ່າງໃດກໍ່ຕາມໃນຊຸມປີຜ່ານມາພວກເຮົາທຳລາຍສະຖິຕິເດີມທຸກໆປີ #ໝອກຄວັນພິດຈາກລົດ, ການເຜົາ, ໄຟໄໝ້ປ່າ ລອຍຢູ່ໃນອາກາດທົ່ວໂລກ ຈົນກາຍເປັນເລື່ອງປົກກະຕິ ແລະ ອີກຫຼາຍໆເຫດການໄພພິບັດທາງທຳມະຊາດທີ່ເກີດຂື້ນຢູ່ໃນທົ່ວໂລກ.


ຫຼາຍພື້ນທີ່ຢູ່ໃນທົ່ວໂລກປະເຊີນກັບບັນຫາພາວະ #ExtremeWeather  ໃນເອີຣົບປະເຊີນ #HeatWave ໃນປະເທດຄູເວດປະສົບກັບບັນຫາອາກາດຮ້ອນສູງເຖິງ 63 ອົງສາ, ອິນເດຍ ແລະ ອອສເຕເລຍ ແຕະ 50 ອົງສາ. ແຕ່ໃນທາງກົງກັນຂ້າມບາງພື້ນທີ່ພັດປະເຊີນກັບຄື້ນຄວາມໜາວທີ່ເກີດຈາກກວນລົມຂົ້ວໂລກ  #PolarVortex ທີ່ອຸນຫະພູມຕິດລົບ 50 ອົງສາກັນເລີຍ.


ຈາກວິກິດການ ແລະ ໄພພິບັດຕ່າງໆ ທີ່ເກີດຈາກມະນຸດ ແລະ ກຳລັງສົ່ງຜົນກະທົບຕໍ່ມະນຸດທີ່ກ່າວມາແຕ່ເບື້ອງຕົ້ນທັງໝົດນີ້ ເປັນສິ່ງຢືນຢັນແລ້ວວ່າສະພາບອາກາດຂອງໂລກເຮົາປ່ຽນແປງໄປເຖິງຂັ້ນວິກິດແລ້ວ ມັນເຖິງເວລາທີ່ເຮົາຈະເຫັນຄວາມສຳຄັນໃນເລື່ອງນີ້ແລ້ວ ເພາະໂລກກຳລັງຈະປ່ຽນໄປໃນທາງໂຫດຮ້າຍຢ່າງຫວນກັບຄືນບໍ່ໄດ້ ຖ້າຫາກເຮົາບໍ່ເລີ່ມສ້າງຄວາມປ່ຽນແປງພຶດຕິກຳໃນການໃຊ້ຊີວິດໃນແຕ່ລະວັນຕັ້ງແຕ່ຕອນນີ້.















ไม่มีความคิดเห็น:

แสดงความคิดเห็น