ป้ายกำกับ

ອັບເດດລ້າສຸດຜົນງານທັບນັກກິລາລາວ ໃນຊີເກມ 2019​


      ສະຫລຸບຜົນງານຂອງທັບນັກກິລາລາວ ໃນຊີເກມ​ 2019​ ຄັ້ງທີ 30​ ທີ່ປະເທດ ຟີລິບປິນ ໃນວັນທີ​ 1 ທັນວາ​ 2019​ ຄວ້າມາໄດ້ 2 ຫ​ລຽນ ທອງແດງ​ ຈາກກິລາກະຕໍ້ລອດບ້ວງ​ ປະເພດຍິງ 1 ຫລຽນ ແລະ​ ກິລາ​ກະຕໍ້ລອດບ້ວງ​ ປະເພດຊາຍ 1 ຫລຽນ​ ເຮັດໃຫ້ຕອນນີ້ ສປປ ລາວ​ມີ​ 2 ຫ​ລຽນ ທອງແດງ​ ຢູ່ອັນດັບທີ 10 ຂອງຕາຕະລາງ.​



   ສ່ວນຜົນກິລາບານເຕະຊາຍ ໃນວັນທີ​ 1 ທັນວາ​ 2019​ ທີມຊາດລາວ ພົບກັບ ທີມຊາດບຣູໄນ ຜົນປະກົດວ່າທີມຊາດລາວຊະນະໄປ 3-0​ ໄດ້ປະຕູຈາກ: ສຸກອາ​ພອນ ວົງ​ຈຽງ​ຄຳ ນາ​ທີ 18, ບຸນ​ພະ​ຈັນ ບຸນກອງ ນາ​ທີ 52, 67.

ທີມ​ຊາດ​ລາວ ລົງ​ສະ​ຫນາມ 3 ນັດ ຊະ​ນະ 1 ສະ​ເຫມີ 1 ເສຍ 1 ມີ 4 ຄະ​ແນນ ຢູ່​ອັນ​ດັບ 4 ກຸ່ມ​ບີ ສຳ​ລັບ​ນັດ​ຕໍ່​ໄປ ທີມ​ຊາດ​ລາວ ຈະ​ລົງ​ສະ​ຫນາມ ພົບ​ກັບ ທີມ​ຊາດໄທ ໃນ​ວັນ​ທີ 03 ທັນ​ວາ 2019 ເວ​ລາ 15:00 ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ RIZAL MEMORIAL STADIUM.




   ສ່ວນຜົນການແຂ່ງຂັນກິລາວູຊູ ວັນ​ອາ​ທິດ 01 ທັນ​ວາ 2019 ນັກກິລາ ວູ​ຊູ ທີມຊາດລາວມີ​ການ​ແຂ່ງ​ຂັນ​ຢູ່ 3 ຮຸ່ນ ໃນຮອ​ບກ່ອນ​ຮອງ​ຊະ​ນະ​ເລີດ ​ຄື:
- ຮຸ່ນ​ນ້ຳ​ຫນັກ 49 ກິ​ໂລກ​ຣາມ 
ຄຳ​ພີ ແກ້ວ​ວິ​ໄລສອນ ຈາກ​ລາວ ເສຍ​ໃຫ້ PERMANA ADE ຈາກ ອິນ​ໂດ​ເນ​ເຊຍ 0-1
- ຮຸ່ນ​ນ້ຳ​ຫນັກ 56 ກິ​ໂລກ​ຣາມ
ຄຳ​ຫລ້າ ສຸ​ຂະ​ພອນ ຈາກ​ລາວ ເສຍ​ໃຫ້ WIDIYANTO YUSUF ຈາກ ອິນ​ໂດເນ​ເຊຍ 0-2
- ຮຸ່ນ​ນ້ຳ​ຫນັກ 64 ກິ​ໂລກ​ຣາມ
 ບຸນ​ເພັງ ຫລວງ​ສຸ​ວັນ ​ຈາກ ເສຍ​ໃຫ້ SUKSANGUAN KITTISAK ຈາກ​ໄທ 0-2




           ອີກຫນື່ງຊະນິດກິລາທີ່ແຂ່ງຕອນ​ເຊົ້າ ວັນ​ອາ​ທິດ 01 ທັນ​ວາ 2019 ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ RIZAL MEMORIAL TENNIS CENTERເທນ​ນິ​ສ ປະ​ເພ​ດ​ດ່ຽວຊາຍ ​ຮອບ​ທຳ​ອິດ ສະ​ຖາ​ພອນ ສິມ​ມາ​ລາວົງ ເສຍ​ໃຫ້ Antonio Mendes ນັກ​ກິ​ລາ​​ເຈົ້າ​ພາບ ຟີ​ລິບ​ປິນ 0-2 ເຊັດ 1/6, 1/6

    ລໍຖ້າລຸ້ນນຳກັນວ່າ​ ໃນວັນທີ​ 2 ທັນວາ​ນີ້ທັບນັກກິລາລາວຈະສາມາດຍາດຫລຽນມາສະຫລອງວັນຊາດ 2 ທັນວາ​ ໄດ້ຫລືບໍ່...​





Source​: Lao Su​ Su​ ລາວ​ ສູ້​ ສູ້​


ไม่มีความคิดเห็น:

แสดงความคิดเห็น