ป้ายกำกับ

ຍົນຕົກ​ ຢູ່​ຄອງໂກ​ ເສຍຊີວິດແລ້ວ​ 23ຄົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອ ວັນທີ່ 24 ພະຈິກ 2019 ວ່າ ຍົນຂະຫນາດນ້ອຍ​ ຮຸ່ນ​ ດໍເນຍ-228 ຂອງສາຍການບິນຂະຫນາດບີຊີບີ ຊື່ງບັນທຸກຜູ້ໂດຍສານ ແລະ​ ຈຸບິນລວມ 19 ຄົນ ປະສົບເຫດຕົກໃສ່ບ້ານເຮືອນໃນຊຸມຊົນໃກ້ສະຫນາມບິນເມືອງໂກມາ ໃນແຂວງນໍກີວູ ພາກຕາເວັນອອກ​ ຂອງ ສາທາລະນະລັດຄອງໂກ ໃນທະວີບອາຟຣິກາ.​



ຫລັງບິນຂື້ນຈາກສະຫນາມບິນດັ່ງກ່າວເມື່ອເວລາປະມານ 09:00 ນາທີ ແລະ​ ກໍາລັງມຸ່ງຫນ້າໄປເມືອງເບນິ ຊື່ງຫ່າງອອກໄປປະມານ 350 ກິໂລແມັດ.​ ເບື້ອງຕົ້ນພົບສົບຜູ້ເສຍຊີວິດແລ້ວຢ່າງນ້ອຍ 23 ຄົນ ໃນຈຳນວນນີ້ລວມເຖິງຊາວບ້ານໃນຊຸມຊົນດ້ວຍ ແລະ ໄດ້ຮັບບາດເຈັບອີກຫຼາຍຄົນ ຂະນະທີ່ສາເຫດຍັງຢູ່ລະຫວ່າງການສືບສວນ ສອບສວນ.​



ไม่มีความคิดเห็น:

แสดงความคิดเห็น