ป้ายกำกับ

ບັນຍາກາດ​ ເທດສະການ​ "ສະຫວັນ​ Fun Fest"​ Vintage festival



ເທດສະການ​ ສະຫວັນສຸກສັນຫັນສາ ຫລື​ວ່າ​ Savan​ Fun Fest (Vintage festival)   ໄດ້​ຈັດ​ຂຶ້ນ​ເປັນຄັ້ງທຳອິດຢູ່ ນະຄອນໄກສອນພົມວິຫານ​ ແຂວງ​ ສະຫວັນ​ນະ​ເຂດ​ ອີງຕາມການໂພສຂອງຫນື່ງໃນຜູ້ຈັດງານຄັ້ງນີ້​ "ທ່ານ​ ອິນທີ​ ເດືອນສະຫວັນ" ເຮັດໃຫ້ແອັດມິນຮູ້ສືກຕື້ນຕັນໃຈຫລາຍທີ່ຄົນລາວເຮົາເອງມີແນວຄິດຢາກພັດທະນາການທ່ອງທ່ຽວພາຍໃນໃຫ້ຄືກຄື້ນ...​

ຄວາມຝັນ,​ ຄວາມຜູກພັນ, ຄວາມຊົງຈຳໃນອາດີດ, ຄວາມເຊື່ອຕໍ່ກັບສີ່ງມີຄ່າທີແອບຊ້ອນຢ່າງຫລວງຫລາຍໃນປະຕິມາກຳເກົ່າແກ່ທີ່ແຝງໄປດ້ວຍເລື່ອງລາວທີ່ຫນ້າຄົ້ນຫາທີ່ນະຄອນໄກສອນແຫ່ງນີ້... ຂອງຜູ້ຊາຍທີ່ຊື່ เลัก ໃບຫມ້ຽງ, ເຊີ່ງຂ້າພະເຈົ້າເອງກໍ່ເບີ່ງເຫັນແຈ້ງ ແລະ​ ມີຄວາມເຊື່ອ ວ່າສະຖານທີ່ແຫ່ງນີ້ຖ້າຖືກເຈຍລະໃນໃຫ້ຖືກແບບ, ມັນຈະເປັນເພັດມີລາຄາອີກເມັດຫນຶ່ງຂອງການທ່ອງທ່ຽວຂອງລາວເຮົາ.
ຈຸດເລີ່ມຕົ້ນຂອງງານນີ້ແມ່ນເກີດຂື້ນຜ່ານການສົນທະນາຢູູ່ໂຕະເບຍ​ ໃນໄລຍະກາງປີ​ 2018​ ຫລັງຈາກນັ້ນ ໄດ້ຖືກຕິດຕາມ​ ແລະປະສານງານ ແບບຈີງຈັງ ຈາກແນວຮ່ວມຫມູ່ຮັກແພງຂ້າພະເຈົ້າ​ ທ່ານ ທົງໄຊ​ ບໍລິສັດ​ SK, ນັກທຸລະກິດທ່ອງທ່ຽວ ທີ່ມີປະສົບການໃນແວດວົງທ່ອງທ່ຽວ20ກວ່າປີ, ທ່ານ​ ນາງ​ ລຽນ ເຈ້ໃຫ່ຍຂອງແວດວົງການທ່ອງທ່ຽວສະຫວັນນະເຂດ, ທັງເປັນປະທານສົດໆ ຮ້ອນໆຂອງ​ ກຸ່ມບໍລິສັດທ່ອງທ່ຽວແຂວງສະຫວັນນະເຂດ,​ທັງເປັນປະທານ​ ບໍລິສັດທ່ອງທ່ຽວ​ Goldend Land.
ຮູບແບບຂອງງານ​ Savan Fun fest (Vintage festival) ເປັນການລິເລີ່ມ ງານທຳອິດໃນເມືອງແຫ່ງນີ້ມັນຈື່ງເຮັດໃຫ້ການດຳເນີນວຽກມີອຸປະສັກພໍສົມຄວນ, ຜູ້ອຸປະຖຳກໍ່ຫນ້ອຍເນື່ອງຈາກພວກເຮົາບໍ່ໄດ້ມີprofile ຂອງການຈັດງານ, ອຳນາດການປົກຄອງບາງທ່ານກໍ່ບໍ່ຫມັ້ນໃຈວ່າງານນີ້ຈະສ້າງຄວາມສົນໃຈໃຫ້ມີຄົນມາທ່ຽວ, ຜູ້ປະກອບການຮ້ານຂາຍເຄື່ອງຢູ່ບໍລິເວນດັ່ງກ່າວກໍ່ບໍ່ພໍໃຈທີ່ເຮົາຕ້ອງຂໍຍັບຮ້ານຂາຍເຄື່ອງເພີ່ນມາຕິດຖະຫົນທາງຂອບທາງເພື່ອໃຫ້ລານຕະຫລາດກາງຄືນເປັນລານເດີ່ນໃຫຍ່ກວ່າເກົ່າ, ປະຊາຊົນທີ່ດຳລົງຊີວິດໃນເຂດນັ້ນກໍ່ບໍ່ພໍໃຈທີ່ພວກເຮົາຕ້ອງປິດຖະຫນົນເພາະມັນເປັນອຸປະສັກກັບເພີ່ນເວລາລົດເຂົ້າອອກ... ພວກເຮົາໂຊກດີຫລາຍທີ່ມີເຈົ້ານະຄອນໄກສອນພົມວິຫານ​ ທ່ານ ດຣ ແສງທອງ ວັງແກ້ວມະນີ, ທ່ານເຈົ້າແຂວງ ສະ​ຫວັນ​ນະ​ເຂດ​ ທ່ານ​ ສັນຕິພາບພົມວິຫານ ແລະ​ ພາກລັດອີກຫລາຍທ່ານ ທີ່ໄດ້ເປັນຫົວຮອກອັນສຳຄັນໃນການຜ່ານຜ່າບັນດາອຸປະສັກ, ຄວາມຊ່ວຍເຫລືອຈາກອາສາສະຫມັກຫລາຍກວ່າສາມຮ້ອຍຊີວິດ, ຫມູ່ຄູ່... ທີ່ໄດ້ຜັກດັນຈົນງານນີ້ໄດ້ເກີດຂຶ້ນ​ ແລະດຳເນີນສາມວັນເຕັມແບບເກີນຄາດຫມາຍ, ປະຊົນຊົນ, ນັກທ່ອງທ່ຽວພາຍໃນຕ່າງປະເທດເປັນຈຳນວນມະຫາສານ ປະທັບໃຈ, ຄົນຂາຍເຄື່ອງຂາຍເຄື່ອງຈົນກ້ຽງ(ເອົາມາເທົ່າໃດກໍ່ຫມົດ), ນັກດົນຕີ, ນັກສິນລະປີນ, ຈິດຕະກອນ ໄດ້ຮັບຄວາມສົນໃຈເກີນຄາດ, ໂຮງແຮມ, ຮ້ານອາຫານ, ຮ້ານຂາຍເຄື່ອງແຫນ້ນໄປຕາມໆກັນ, ງານດຳເນີນໄປດ້ວຍຄວາມມ່ວນຊື່ນ​ ແລະ​ ສະຫງົບ, ຊຸມຊົນເລີ່ມເຫັນທັງຄຸນຄ່າຂອງເຂດເມືອງເກົ່າທີ່ພວກເພີ່ນມີເປັນຂຸມຊັບ...

ສຳລັບທີມງານພວກເຮົາຕອນນີ້ກຳລັງສະຫລຸບຄ່າໃຊ້ຈ່າຍຂອງງານເພື່ອໄລ່ລຽງເຊີ່ງຕອນນີ້ທຸກຄົນກໍ່ຮູ້ພໍຄ້າວໆວ່າຫນ້າຈະຂາດທຶນ 55555, ແຕ່ພວກເຮົາພ້ອມແລ້ວເພາະກຳໄລຂອງພວກເຮົາແມ່ນງານນີ້ມັນອອກມາດີເກີນຄາດກວ່າທີ່ພວກເຮົາຄິດໄວ້ພຽງເທົ່ານີ້ກໍ່ເກີນພໍແລ້ວ.

ຂອບໃຈນຳທຸກໆຄົນທີ່ມາຮ່ວມເປັນກຳລັງໃຈແລະຊ່ວຍຂັບເຄື່ອນງານນີ້ອອກມາຈົນສຳເລັດ. #Savanfunfest



































ຂອບໃຈ​ພາບ​ຂ່າວຈາກ: Inthy​ Deuansavanh​

ไม่มีความคิดเห็น:

แสดงความคิดเห็น