ป้ายกำกับ

ລາວ​ຄວ້າ​ 3 ຫ​ລຽນ​ເງິນ​ ເປຕັງ​ຊິງແຊັມໂລກ



ການແຂ່ງຂັນເປຕັງຊິງແຊ້ມໂລກ 2019 ທີ່ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 18-24 ພະຈິກນີ້ ທັບນັກກິລາເປຕັງລາວ 3 ລາຍການ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນຄວ້າຮອງແຊ້ມທັງ 3 ລາຍການ ດັ່ງນີ້:ເລີ່ມກັນທີ່ ທີມຊຸດເຍົາວະຊົນຊາຍ ຈະພົບກັບ ຝຣັ່ງ ແຊ້ມສູງສຸດ 6 ສະໄໝ ແລະ ເປັນຮອງແຊ້ມຈາກຄັ້ງຜ່ານມາ ຊຶ່ງຝຣັ່ງທິມນີ້ ເຄີຍເສຍໃຫ້ລາວມາແລ້ວໃນຮອບຄັດເລືອກ 11-12 ຄະແນນ, ສ່ວນປະເພດທິມຊຸດຍິງທົ່ວໄປ ລາວ ຈະພົບກັບ ໄທ ແຊ້ມສູງສຸດ 6 ສະໄໝ

ເລີ່ມກັນທີ່ ນາງ ໂບວິລັກ ເທບພະກັນ ນັກກິລາເປຕັງທິມຊາດລາວປະເພດຊຸດຕິ້ງ (ຍິງເປົ້າ) ສ້າງປະຫວັດສາດສອງໜ້າໃນວົງການເປຕັງລາວ ກາຍເປັນເປຕັງເພດຍິງລາວຄົນທຳອິດຂອງ ສປປ ລາວ ສາມາດຜ່ານເຂົ້າສູ່ຮອບຮອງຊະນະເລີດ ຫລື ຮອບ 4 ຄົນສຸດທ້າຍ ການແຂ່ງຂັນຊິງແຊ້ມໂລກ ດ້ວຍການຊະນະ ນັດຕາວັນ ເຟືອງສະນິດ ຈາກໄທ 38-34 ຄະແນນ, ມາໃນຮອບຮອງຊະນະເລີດຜ່ານ Wang You Jing ຈາກຈີນ 25-13 ຄະແນນ ແລະກ້າວສູ່ຮອບຊິງຫລຽນຄຳ ຫລື ຊິງຊະນະເລີດພົບກັບ ເຄເລັງ ແຊ້ມເກົ່າ 3 ສະໄໝຊ້ອນລຸ້ນປ້າຈາກເຈົ້າພາບກຳປູເຈຍ ທີ່ຊະນະ Khin Cherry Thet ຈາກມຽມາ 48-38 ຄະແນນ ຜ່ານເຂົ້າຮອບຊີງ ເສຍໃຫ້ ເຄເລັງ ແຊ້ມເກົ່າ 3 ສະໄໝຊ້ອນຈາກເຈົ້າພາບກຳປູເຈຍ 22-36 ຄະແນນ ໄດ້ຫລຽນເງິນມາຄອງ


ສ່ວນ ທີມຊຸດເຍົາວະຊົນຊາຍ ໄປພົບກັບ ຝຣັ່ງ ແຊ້ມສູງສຸດ 6 ສະໄໝ ແລະ ເປັນຮອງແຊ້ມຈາກຄັ້ງຜ່ານມາປາກົດວ່າ: ຝຣັ່ງ ແຊ້ມສູງສຸດ 6 ສະໄໝ ແລະ ເປັນຮອງແຊ້ມຈາກຄັ້ງຜ່ານມາ ເອົາຊະນະ ທິມຊາດລາວ 13-1 ຄະແນນ, ຂະນະທີ່ ປະເພດທິມຊຸດຍິງທົ່ວໄປ ລາວ ເສຍໃຫ້ກັັບ ໄທ ແຊ້ມສູງສຸດ 6 ສະໄໝ ໃນຮອບຊີງຊະນະເລີດ
ສໍາລັບ ຄະນະນັກກິລາເປຕັງທີມຊາດລາວ ທີ່ກັບມາຈາກການເຂົ້າຮ່ວມງານແຂ່ງຂັນກິລາເປຕັງຊີງແຊ້ມໂລກ ຄັ້ງທີ 17 ທີ່ປະເທດ ກຳປູເຈຍ ໃນວັນທີ 24/11/2019 ເຕົ້າໂຮມໃນເວລາ 18:00 ໂມງ (6 ໂມງແລງ) ທີ່ສະໜາມບິນສາກົນວັດໄຕ.

ຂອບໃຈຮູບພາບຈາກ: ລາວ​ ສູ້​ ສູ້​ Lao​ su​ su

ไม่มีความคิดเห็น:

แสดงความคิดเห็น