ທ່າຝຣັ່ງ ວັງສີຄາມ
"ທ່າຝຣັ່ງ" ເປັນແຫລ່ງທ່ອງທ່ຽວທາງທຳມະຊາດແຫ່ງໃຫມ່ ທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກຳລັງໃຫ້ຄວາມສົນໃນໃນຂະນະນີ້.
"ທ່າຝຣັ່ງ" ຢູ່ແຄມແມ່ນ້ຳໂດນ ສາຍນ້ຳທີ່ໄຫລຜ່ານເປັນສີຟ້າຄາມໄຫລອອກມາຈາກພູຫີນປູນ. "ທ່າຝຣັ່ງ"ຕັ້ງຢູ່ເຂດບ້ານ ທອກ ຫ່າງຈາກເທດສະບານເມືອງ ທ່າແຂກປະມານ 10ກິໂລແມັດ ຕາມເສັ້ນທາງເລກທີ 12.
"ທ່າຝຣັ່ງ" ໃນປະຫວັດສາດ ສະໄຫມລ່າເມືອງຂື້ນຝຣັ່ງ ຮຸກຮານອິນດູຈີນ ໄດ້ລຳລຽງສະບຽງອາຫານມາຕາມລຳແມ່ນ້ຳໂດນ ແລະ ທະຫານຝຣັ່ງກໍ່ໄດ້ບັງຄັບໃຫ້ຄົນລາວຂົນເຄື່ອງຂື້ນຢູ່ບໍລິເວນແຄມນ້ຳແຫ່ງນີ້ ຊາວບ້ານເຂດນີ້ເລີຍເອີ້ນທ່ານ້ຳນີ້ວ່າ "ທ່າຝຣັ່ງ".
ປະຈຸບັນ ແຂວງ ຄຳມ່ວນ ໄດ້ອະນຸຍາດໃຫ້ບໍລິສັດ ເຄເຄ ຂົນສົ່ງ ແລະ ບໍລິການ ຈຳກັດ ຊື່ງເປັນບໍລິສັດເອກະຊົນລາວ ໄດ້ຮັບສຳປະທານພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວ "ທ່າຝຣັ່ງ" ໃນເນື້ອທີ່ປະມານ 15 ເຮັກຕາ ເປັນເວລາ 50ປີ ແລະ ໄດ້ເປີດບໍລິການແລ້ວໃນທ້າຍປີ 2018 ທີ່ຜ່ານມາ.
ไม่มีความคิดเห็น:
แสดงความคิดเห็น