ເກີດຫຍັງຂຶ້ນ ໃນປີ 2019
ປີ 2019 ຖືເປັນປີທີ່ເກີດ #ໄພພິບັດທາງທຳມະຊາດ ຢ່າງຫຼວງຫຼາຍ ແລະ ຮຸນແຮງຂື້ນ ຊຶ່ງເຮົາບໍ່ສາມາດປະຕິເສດໄດ້ວ່າມັນມາຈາກ #ພາວະໂລກຮ້ອນ ທີ່ມະນຸດເຮົາເອງເປັນຄົນກໍ່ຂື້ນ ແລະ ມັນກຳລັງໜັກຂື້ນທຸກມື້ຫາກເຮົາບໍ່ລົງມືແກ້ໄຂຕັ້ງແຕ່ດຽວນີ້.
ປີນີ້ລະດັບ #ຄາບອນໄດອອກຊາຍ ໃນຊັ້ນບັນຍາກາດຖືວ່າສູງສຸດໃນຮອບຫຼາຍປີ ໂດຍຕັ້ງແຕ່ມີການປະຕິວັດອຸດສາຫະກຳ ມີລະດັບຄາບອນສູງຂື້ນເກືອບ 50% ຢ່າງໃດກໍ່ຕາມໃນຊຸມປີຜ່ານມາພວກເຮົາທຳລາຍສະຖິຕິເດີມທຸກໆປີ #ໝອກຄວັນພິດຈາກລົດ, ການເຜົາ, ໄຟໄໝ້ປ່າ ລອຍຢູ່ໃນອາກາດທົ່ວໂລກ ຈົນກາຍເປັນເລື່ອງປົກກະຕິ ແລະ ອີກຫຼາຍໆເຫດການໄພພິບັດທາງທຳມະຊາດທີ່ເກີດຂື້ນຢູ່ໃນທົ່ວໂລກ.
ຫຼາຍພື້ນທີ່ຢູ່ໃນທົ່ວໂລກປະເຊີນກັບບັນຫາພາວະ #ExtremeWeather ໃນເອີຣົບປະເຊີນ #HeatWave ໃນປະເທດຄູເວດປະສົບກັບບັນຫາອາກາດຮ້ອນສູງເຖິງ 63 ອົງສາ, ອິນເດຍ ແລະ ອອສເຕເລຍ ແຕະ 50 ອົງສາ. ແຕ່ໃນທາງກົງກັນຂ້າມບາງພື້ນທີ່ພັດປະເຊີນກັບຄື້ນຄວາມໜາວທີ່ເກີດຈາກກວນລົມຂົ້ວໂລກ #PolarVortex ທີ່ອຸນຫະພູມຕິດລົບ 50 ອົງສາກັນເລີຍ.
ຈາກວິກິດການ ແລະ ໄພພິບັດຕ່າງໆ ທີ່ເກີດຈາກມະນຸດ ແລະ ກຳລັງສົ່ງຜົນກະທົບຕໍ່ມະນຸດທີ່ກ່າວມາແຕ່ເບື້ອງຕົ້ນທັງໝົດນີ້ ເປັນສິ່ງຢືນຢັນແລ້ວວ່າສະພາບອາກາດຂອງໂລກເຮົາປ່ຽນແປງໄປເຖິງຂັ້ນວິກິດແລ້ວ ມັນເຖິງເວລາທີ່ເຮົາຈະເຫັນຄວາມສຳຄັນໃນເລື່ອງນີ້ແລ້ວ ເພາະໂລກກຳລັງຈະປ່ຽນໄປໃນທາງໂຫດຮ້າຍຢ່າງຫວນກັບຄືນບໍ່ໄດ້ ຖ້າຫາກເຮົາບໍ່ເລີ່ມສ້າງຄວາມປ່ຽນແປງພຶດຕິກຳໃນການໃຊ້ຊີວິດໃນແຕ່ລະວັນຕັ້ງແຕ່ຕອນນີ້.
ເຈົ້າຫນ້າທີ່ທຳລາຍສວນກັນຊາ ຢູ່ເມືອງປາກກະດິງ
ໃນວັນທີ 25 ພະຈິກ 2019 ຢູ່ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ຄະນະກຳມະການສະເພາະກິດໄດ້ລົງທຳລາຍສວນປູກກັນຊາ ຈຳນວນ 386 ຕົ້ນ ຢູ່ເຂດຫ້ວຍຊຳພູ ບ້ານ ທົ່ງຮາບ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ. ຊື່ງສວນກັນຊາດັ່ງກ່າວແມ່ນປະຊາຊົນໄດ້ລັກລອບປູກ ຊື່ງຜິດຕໍ່ປະມວນກົດຫມາຍອາຍາ ມາດຕາ 318 ໄດ້ກຳນົດໄວ້ ແລະ ກຳລັງຢູ່ໃນຂັ້ນຕອນສືບສວນສອບສວນຫາຜູ້ກະທຳຜິດມາລົງໂທດຕາມກົດຫມາຍ.
ປະກາດນຳຈັບ ຄະດີສໍ້ໂກງແລ່ນໃບຕາດິນຂອບທອງ
ພາຍຫລັງຈັບຕົວໄດ້ແລ້ວ ໃຫ້ເຈົ້າຫນ້າທີ່ປະຕິບັດຕາມກົດຫມາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງ ປີ 2017 ມາດຕາ 137 ຢ່າງເຂັ້ມງວດ.
ຍົນຕົກ ຢູ່ຄອງໂກ ເສຍຊີວິດແລ້ວ 23ຄົນ
ສຳນັກຂ່າວຕ່າງປະເທດລາຍງານເມື່ອ ວັນທີ່ 24 ພະຈິກ 2019 ວ່າ ຍົນຂະຫນາດນ້ອຍ ຮຸ່ນ ດໍເນຍ-228 ຂອງສາຍການບິນຂະຫນາດບີຊີບີ ຊື່ງບັນທຸກຜູ້ໂດຍສານ ແລະ ຈຸບິນລວມ 19 ຄົນ ປະສົບເຫດຕົກໃສ່ບ້ານເຮືອນໃນຊຸມຊົນໃກ້ສະຫນາມບິນເມືອງໂກມາ ໃນແຂວງນໍກີວູ ພາກຕາເວັນອອກ ຂອງ ສາທາລະນະລັດຄອງໂກ ໃນທະວີບອາຟຣິກາ.
ຫລັງບິນຂື້ນຈາກສະຫນາມບິນດັ່ງກ່າວເມື່ອເວລາປະມານ 09:00 ນາທີ ແລະ ກໍາລັງມຸ່ງຫນ້າໄປເມືອງເບນິ ຊື່ງຫ່າງອອກໄປປະມານ 350 ກິໂລແມັດ. ເບື້ອງຕົ້ນພົບສົບຜູ້ເສຍຊີວິດແລ້ວຢ່າງນ້ອຍ 23 ຄົນ ໃນຈຳນວນນີ້ລວມເຖິງຊາວບ້ານໃນຊຸມຊົນດ້ວຍ ແລະ ໄດ້ຮັບບາດເຈັບອີກຫຼາຍຄົນ ຂະນະທີ່ສາເຫດຍັງຢູ່ລະຫວ່າງການສືບສວນ ສອບສວນ.
ບັນຍາກາດ ເທດສະການ "ສະຫວັນ Fun Fest" Vintage festival
ເທດສະການ ສະຫວັນສຸກສັນຫັນສາ ຫລືວ່າ Savan Fun Fest (Vintage festival) ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ອີງຕາມການໂພສຂອງຫນື່ງໃນຜູ້ຈັດງານຄັ້ງນີ້ "ທ່ານ ອິນທີ ເດືອນສະຫວັນ" ເຮັດໃຫ້ແອັດມິນຮູ້ສືກຕື້ນຕັນໃຈຫລາຍທີ່ຄົນລາວເຮົາເອງມີແນວຄິດຢາກພັດທະນາການທ່ອງທ່ຽວພາຍໃນໃຫ້ຄືກຄື້ນ...
ຄວາມຝັນ, ຄວາມຜູກພັນ, ຄວາມຊົງຈຳໃນອາດີດ, ຄວາມເຊື່ອຕໍ່ກັບສີ່ງມີຄ່າທີແອບຊ້ອນຢ່າງຫລວງຫລາຍໃນປະຕິມາກຳເກົ່າແກ່ທີ່ແຝງໄປດ້ວຍເລື່ອງລາວທີ່ຫນ້າຄົ້ນຫາທີ່ນະຄອນໄກສອນແຫ່ງນີ້... ຂອງຜູ້ຊາຍທີ່ຊື່ เลัก ໃບຫມ້ຽງ, ເຊີ່ງຂ້າພະເຈົ້າເອງກໍ່ເບີ່ງເຫັນແຈ້ງ ແລະ ມີຄວາມເຊື່ອ ວ່າສະຖານທີ່ແຫ່ງນີ້ຖ້າຖືກເຈຍລະໃນໃຫ້ຖືກແບບ, ມັນຈະເປັນເພັດມີລາຄາອີກເມັດຫນຶ່ງຂອງການທ່ອງທ່ຽວຂອງລາວເຮົາ.
ຈຸດເລີ່ມຕົ້ນຂອງງານນີ້ແມ່ນເກີດຂື້ນຜ່ານການສົນທະນາຢູູ່ໂຕະເບຍ ໃນໄລຍະກາງປີ 2018 ຫລັງຈາກນັ້ນ ໄດ້ຖືກຕິດຕາມ ແລະປະສານງານ ແບບຈີງຈັງ ຈາກແນວຮ່ວມຫມູ່ຮັກແພງຂ້າພະເຈົ້າ ທ່ານ ທົງໄຊ ບໍລິສັດ SK, ນັກທຸລະກິດທ່ອງທ່ຽວ ທີ່ມີປະສົບການໃນແວດວົງທ່ອງທ່ຽວ20ກວ່າປີ, ທ່ານ ນາງ ລຽນ ເຈ້ໃຫ່ຍຂອງແວດວົງການທ່ອງທ່ຽວສະຫວັນນະເຂດ, ທັງເປັນປະທານສົດໆ ຮ້ອນໆຂອງ ກຸ່ມບໍລິສັດທ່ອງທ່ຽວແຂວງສະຫວັນນະເຂດ,ທັງເປັນປະທານ ບໍລິສັດທ່ອງທ່ຽວ Goldend Land.
ຮູບແບບຂອງງານ Savan Fun fest (Vintage festival) ເປັນການລິເລີ່ມ ງານທຳອິດໃນເມືອງແຫ່ງນີ້ມັນຈື່ງເຮັດໃຫ້ການດຳເນີນວຽກມີອຸປະສັກພໍສົມຄວນ, ຜູ້ອຸປະຖຳກໍ່ຫນ້ອຍເນື່ອງຈາກພວກເຮົາບໍ່ໄດ້ມີprofile ຂອງການຈັດງານ, ອຳນາດການປົກຄອງບາງທ່ານກໍ່ບໍ່ຫມັ້ນໃຈວ່າງານນີ້ຈະສ້າງຄວາມສົນໃຈໃຫ້ມີຄົນມາທ່ຽວ, ຜູ້ປະກອບການຮ້ານຂາຍເຄື່ອງຢູ່ບໍລິເວນດັ່ງກ່າວກໍ່ບໍ່ພໍໃຈທີ່ເຮົາຕ້ອງຂໍຍັບຮ້ານຂາຍເຄື່ອງເພີ່ນມາຕິດຖະຫົນທາງຂອບທາງເພື່ອໃຫ້ລານຕະຫລາດກາງຄືນເປັນລານເດີ່ນໃຫຍ່ກວ່າເກົ່າ, ປະຊາຊົນທີ່ດຳລົງຊີວິດໃນເຂດນັ້ນກໍ່ບໍ່ພໍໃຈທີ່ພວກເຮົາຕ້ອງປິດຖະຫນົນເພາະມັນເປັນອຸປະສັກກັບເພີ່ນເວລາລົດເຂົ້າອອກ... ພວກເຮົາໂຊກດີຫລາຍທີ່ມີເຈົ້ານະຄອນໄກສອນພົມວິຫານ ທ່ານ ດຣ ແສງທອງ ວັງແກ້ວມະນີ, ທ່ານເຈົ້າແຂວງ ສະຫວັນນະເຂດ ທ່ານ ສັນຕິພາບພົມວິຫານ ແລະ ພາກລັດອີກຫລາຍທ່ານ ທີ່ໄດ້ເປັນຫົວຮອກອັນສຳຄັນໃນການຜ່ານຜ່າບັນດາອຸປະສັກ, ຄວາມຊ່ວຍເຫລືອຈາກອາສາສະຫມັກຫລາຍກວ່າສາມຮ້ອຍຊີວິດ, ຫມູ່ຄູ່... ທີ່ໄດ້ຜັກດັນຈົນງານນີ້ໄດ້ເກີດຂຶ້ນ ແລະດຳເນີນສາມວັນເຕັມແບບເກີນຄາດຫມາຍ, ປະຊົນຊົນ, ນັກທ່ອງທ່ຽວພາຍໃນຕ່າງປະເທດເປັນຈຳນວນມະຫາສານ ປະທັບໃຈ, ຄົນຂາຍເຄື່ອງຂາຍເຄື່ອງຈົນກ້ຽງ(ເອົາມາເທົ່າໃດກໍ່ຫມົດ), ນັກດົນຕີ, ນັກສິນລະປີນ, ຈິດຕະກອນ ໄດ້ຮັບຄວາມສົນໃຈເກີນຄາດ, ໂຮງແຮມ, ຮ້ານອາຫານ, ຮ້ານຂາຍເຄື່ອງແຫນ້ນໄປຕາມໆກັນ, ງານດຳເນີນໄປດ້ວຍຄວາມມ່ວນຊື່ນ ແລະ ສະຫງົບ, ຊຸມຊົນເລີ່ມເຫັນທັງຄຸນຄ່າຂອງເຂດເມືອງເກົ່າທີ່ພວກເພີ່ນມີເປັນຂຸມຊັບ...
ສຳລັບທີມງານພວກເຮົາຕອນນີ້ກຳລັງສະຫລຸບຄ່າໃຊ້ຈ່າຍຂອງງານເພື່ອໄລ່ລຽງເຊີ່ງຕອນນີ້ທຸກຄົນກໍ່ຮູ້ພໍຄ້າວໆວ່າຫນ້າຈະຂາດທຶນ 55555, ແຕ່ພວກເຮົາພ້ອມແລ້ວເພາະກຳໄລຂອງພວກເຮົາແມ່ນງານນີ້ມັນອອກມາດີເກີນຄາດກວ່າທີ່ພວກເຮົາຄິດໄວ້ພຽງເທົ່ານີ້ກໍ່ເກີນພໍແລ້ວ.
ຂອບໃຈນຳທຸກໆຄົນທີ່ມາຮ່ວມເປັນກຳລັງໃຈແລະຊ່ວຍຂັບເຄື່ອນງານນີ້ອອກມາຈົນສຳເລັດ. #Savanfunfest
ຂອບໃຈພາບຂ່າວຈາກ: Inthy Deuansavanh
สมัครสมาชิก:
ความคิดเห็น (Atom)